ກອງປະຊຸມກຸຸ່ມວິຊາການດ້ານ ສາທາລະນະສຸກຂອງອົງການຈັດຕັ້ງສັງຄົມລາວ

ກອງເລຂາ ຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມ ພ້ອມດ້ວຍກຸ່ມວິຊາການດ້ານສາທາລະນະສຸກ ຂອງອົງການຈັດຕັ້ງສັງຄົມ ໄດ້ຈັດ ກອງປະຊຸມກຸຸ່ມວິຊາການດ້ານ ສາທາລະນະສຸກຂອງອົງການຈັດຕັ້ງສັງຄົມລາວ ທີ່ ໂຮງແຮມ ແກຣນ ນະຄອນຫຼວງວຽງຈັນ

ໂດຍການເປັນປະທານຂອງ ທ່ານ ດຣ ນາງ ຈັນສີ ພິມພະຈັນ ຫົວໜ້າຄະນະກຳມະການອົງການຈັດຕັ້ງສັງຄົມລາວ ພ້ອມທັງຜູ້ເຂົ້າຮ່ວມຈາກບັນດາກະຊວງ ກົມກອງທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກສູນກາງ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ວິຊາການຈາກບັນດາສະມາຄົມເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອລາຍງານຄວາມຄືບໜ້າ ແລະ ການປັບປຸງແຜນກິດຈະກຳຂອງກຸ່ມວິຊາການດ້ານສຸຂະພາບເພື່ອແລກປ່ຽນ ແລະ ຖອດຖອບບົດຮຽນໃນການຈັດຕັ້ງວຽກງານຂອງກຸ່ມ, ການວາງແຜນງານໃນການຈັດຕັ້ງປະຕິບັດຮ່ວມກັນໃນອະນາຄົດ. ສະໜັບສະໜູນໂດຍ​:​ ​​ແຜນ​ງານ​ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ​ຕໍ່​ວຽກ​ງານ​ການ​ປົກຄອງ​ທີ່​ດີ ​ແລະ ການ​ສ້າງ​ລັດ​ທີ່​ປົກຄອງ​ດ້ວຍ​ກົດໝາຍ ໄລຍະ II

ທີ່ມາ: https://laocso.org/lo/news/technical-group-meeting-on-public-health-for-lao-civil-society-organizations/