ອົງການຈັດຕັ້ງສັງຄົມລາວ ຈັດກອງປະຊຸມປະຈຳປີ 2025 ກຸ່ມວິຊາການດ້ານກະສິກຳ ແລະ ສິ່ງແວດລ້ອມ ເພື່ອຍົກລະດັບການຮ່ວມມື ແລະ ປັບປຸງໂຄງຮ່າງການຈັດຕັ້ງ
ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ໄດ້ຈັດກອງປະຊຸມປະຈຳປີ 2025
ກອງເລຂາ ຄະນະກໍາມະການປະສານງານອົງການຈັດຕັ້ງສັງຄົມ ພ້ອມດ້ວຍກຸ່ມວິຊາການດ້ານສາທາລະນະສຸກ ຂອງອົງການຈັດຕັ້ງສັງຄົມ ໄດ້ຈັດ ກອງປະຊຸມກຸຸ່ມວິຊາການດ້ານ ສາທາລະນະສຸກຂອງອົງການຈັດຕັ້ງສັງຄົມລາວ ທີ່ ໂຮງແຮມ ແກຣນ ນະຄອນຫຼວງວຽງຈັນ
ໂດຍການເປັນປະທານຂອງ ທ່ານ ດຣ ນາງ ຈັນສີ ພິມພະຈັນ ຫົວໜ້າຄະນະກຳມະການອົງການຈັດຕັ້ງສັງຄົມລາວ ພ້ອມທັງຜູ້ເຂົ້າຮ່ວມຈາກບັນດາກະຊວງ ກົມກອງທີ່ກ່ຽວຂ້ອງ, ຜູ້ຕາງໜ້າຈາກສູນກາງ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ວິຊາການຈາກບັນດາສະມາຄົມເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອລາຍງານຄວາມຄືບໜ້າ ແລະ ການປັບປຸງແຜນກິດຈະກຳຂອງກຸ່ມວິຊາການດ້ານສຸຂະພາບເພື່ອແລກປ່ຽນ ແລະ ຖອດຖອບບົດຮຽນໃນການຈັດຕັ້ງວຽກງານຂອງກຸ່ມ, ການວາງແຜນງານໃນການຈັດຕັ້ງປະຕິບັດຮ່ວມກັນໃນອະນາຄົດ. ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ II