ອົງການຈັດຕັ້ງສັງຄົມລາວ ຈັດກອງປະຊຸມປະຈຳປີ 2025 ກຸ່ມວິຊາການດ້ານກະສິກຳ ແລະ ສິ່ງແວດລ້ອມ ເພື່ອຍົກລະດັບການຮ່ວມມື ແລະ ປັບປຸງໂຄງຮ່າງການຈັດຕັ້ງ
ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ໄດ້ຈັດກອງປະຊຸມປະຈຳປີ 2025
ເນື່ອງຈາກວ່າ ປັດຈຸບັນມີການຢັ້ງຢືນກໍລະນີຕິດເຊື້ອພະຍາດໝາກສຸກລີງ ກໍລະນີທໍາອິດ ຢູ່ໃນ ສປປ ລາວ; ເຊິ່ງ ຜູ້ກ່ຽວມີປະຫວັດການຕິດເຊື້ອມາຈາກປະເທດໃກ້ຄຽງ, ສົມທົບກັບ ມີການເດີນທາງເຂົ້າ-ອອກ ຂອງປະຊາຊົນລາວ ແລະ ບັນດານັກທ່ອງທ່ຽວຈາກປະເທດໃກ້ຄຽງ, ບັນດາປະເທດທີ່ມີການລາຍງານຕົວເລກການຕິດເຊື້ອພະຍາດຫມາກສຸກລີງ, ເຮັດໃຫ້ ສປປ ລາວ ມີຄວາມສ່ຽງທີ່ອາດຈະພົບກໍລະນີນໍາເຂົ້າ ແລະ ຕິດເຊື້ອໃນປະເທດເພີ່ມຂື້ນໃນຕໍ່ໜ້່າ.
ກະຊວງສາທາລະນະສຸກ ຈຶ່ງແຈ້ງມາຍັງ ທ່ານຫົວໜ້າຮອງພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ ເພີ່ມທະວີເອົາໃຈໃສ່ໃນການຕິດຕາມເຝົ້າລະວັງ, ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການ ລະບາດຂອງພະຍາດໝາກສຸກລີງ (Monkey Pox) ໃນກຸ່ມຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ, ໂດຍສະເພາະ ແຂວງທີ່ມີຊາຍແດນຕິດກັບປະເທດທີ່ມີກໍລະນີການລາຍງານການຕິດເຊື້ອ ດັ່ງລຸ່ມນີ້:
ມອບໃຫ້ແຕ່ລະແຂວງ, ນະຄອນຫຼວງປະເມີນຄວາມສ່ຽງໃນເບື້ອງຕົ້ນຂອງແຂວງຕົນ ແລະ ກໍານົດທິດທາງການ ກະກຽມຄວາມພ້ອມໃນການປ້ອງກັນ ແລະ ໂຕ້ຕອບໃນການຮັບມືຖ້າມີກໍລະນີເກີດຂຶ້ນໃໝ່;
ຊີ້ນໍາໃຫ້ໂຮງຫມໍແຂວງ, ເມືອງ ແລະ ສະຖານທີ່ບໍລິການສາທາລະນະສຸກລວມທັງຫ້ອງກວດພະຍາດເອກະຊົນ ທຸກ ຂັ້ນ ເພີ່ມທະວີຄວາມເອົາໃຈ ເຝົ້າລະວັງໝວດອາການໄຂ້ ແລະ ອອກຕຸ່ມ, ຖ້າພົບກໍລະນີສົງໄສ ແມ່ນໃຫ້ລາຍງານ ແລະ ເກັບຕົວຢ່າງສົ່ງມາກວດຢັ້ງຢືນ ຢູ່ສູນວິເຄາະ ລະບາດວິທະຍາແຫ່ງຊາດ ຢ່າງຮີບດ່ວນທີ່ສຸດ;
ກວດກາຄວາມພ້ອມດ້ານຫ້ອງວິເຄາະຂອງແຂວງ ແລະ ອຸປະກອນເກັບຕົວຢ່າງ ເພື່ອກວດວິເຄາະຢັ້ງຢືນ ແລະ ແຈ້ງ ຜົນການກວດການຕິດເຊື້ອພະຍາດໝາກສຸກລີງໃຫ້ໄດ້ໄວ ແລະ ຮັບປະກັນ ຄວາມຖືກຕ້ອງ;
ກະກຽມຄວມພ້ອມ ແລະ ສະໜອງອຸປະກອນການປິ່ນປົວ, ການປ້ອງກັນຕົນເອງ ແລະ ການເກັບຕົວຢ່າງ, ໂດຍ ສະເພາະ ແຂວງທີ່ມີດ່ານສາກົນ ແລະ ແຂວງທີ່ມີຄວາມສ່ຽງ;
ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາແກ່ ພໍ່ແມ່ປະຊາຊົນ ໃຫ້ທົ່ວເຖິງ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງຜົນຮ້າຍ ແລະ ວິທີປ້ອງກັນໂຕເອງ ຈາກພະຍາດໝາກສຸກລີງ.
ດັ່ງນັ້ນ,ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.